ຍ້ອນລືຊື່ວ່າເປັນ ເມືອງມໍລະດົກໂລກ, ແລະເປັນເຈົ້າພາບໃນການຈັດງານແຂ່ງຂັນກິລາແຫ່ງຊາດຄັ້ງທີ IX, ເມືອງຫຼວງພະບາງພວມໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍ ໃນແລະຕ່າງປະເທດຢ່າງຫຼວງຫຼາຍ, ບັນຍາກາດການທ່ອງທ່ຽວຂອງເມືອງຫຼວງພະບາງໃນປີນີ້ ມີຄວາມຄືກຄັກຂື້ນ.
ເຈົ້າໜ້າທີ່ຂອງພະ ແນກທ່ອງທ່ຽວແຂວງຫຼວງພະບາງໃຫ້ສຳພາດວ່າ: ສະພາບການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງຫຼວງພະບາງ ມີທ່ວງທ່າຂະຫຍາຍຕົວ ເນື່ອງຈາກ ຫຼວງພະບາງມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ແລະເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນໄລຍະໜຶ່ງປີຜ່ານມາເຫັນວ່າ, ການລົງທຶນເຂົ້າໃສ່ພື້ນຖານໂຄງລ່າງ ເພື່ອຮອງຮັບການທ່ອງທ່ຽວ ໄດ້ມີບັນຍາກາດຟົດຟື້ນ, ນັກລົງທຶນທັງພາຍໃນແລະຕ່າງປະເທດ ໄດ້ລົງທຶນເຂົ້າໃສ່ການພັດທະນາໃນຂະແໜງການບໍລິການ ສູງເຖີງ 83 ຕື້ກວ່າກີບ. ສິ່ງທີ່ຍິນດທີ່ສຸດກໍຄື ຫຼວງພະບາງສາມາດຍາດໄດ້ລາງວັນຊະນະເລີດເມືອງຍອດນິຍົມດ້ານ ການທ່ອງທ່ຽວ ຈາກວາລະສານວັນເດີລັດສ໌ ໃນປີ 2011. ໃນ ປີ 2011 ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ພັກເຊົາຢູ່ແຂວງ ຫຼວງພະບາງທັງໝົດ 1.894.542 ເທື່ອຄົນ, ໃນນັ້ນເປັນຊາວຕ່າງປະເທດ 274.506 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ 26,57%. ສ່ວນໃຫຍ່ແມ່ນນັກທ່ອງທ່ຽວມາຈາກ ທະວີບເອີລົບ, ອາເມລິກາ, ອາຊີ ແລະ ອາຟຼິກກາ, ສ່ວນນັກທ່ອງທ່ຽວພາຍໃນມີ 1.647.036 ຄົນ, ຊຶ່ງສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ທັງໝົດ 164.703.600 ໂດລາ.
ທ່ານ ຄຳຜຸຍ ພົມມະວົງ ຫົວໜ້າພະນແນກທ່ອງທ່ຽວແຂວງຫຼວງພະບາງກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ເພື່ອປະຕິບັດແຜນຍຸດຖະສາດໃນການພັດທະນາ ຄື: ສ້າງໃຫ້ແຂວງຫຼວງພະບາງໃຫ້ກາຍເປັນໃຈກາງການທ່ອງທ່ຽວຂອງບັນດາແຂວງພາກ ເໜືອ, ສ້າງຄວາມສົນໃຈ ແລະ ດຶງດູດເອົານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວໃຫ້ນັບ ມື້ຫຼາຍຂື້ນ. ໃນປີ 2012 ນີ້, ຕ້ອງສູ້ຊົນດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວຊົມໃຫ້ໄດ້ປະມານ 360.000 ເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນໃຫ້ໄດ້ 2.100.000 ເທື່ອຄົນ, ຄາດວ່າຈະສາມາດສ້າງລາຍຮັບຈາກການທ່ອງທ່ຽວປະມານ 175 ລ້ານກວ່າໂດລາ.
ທ່ານ ຄຳຜຸຍ ພົມມະວົງ ກ່າວວ່າ: ປີ 2012 ເປັນປີທ່ອງທ່ຽວລາວ, ສະນັ້ນຈຶ່ງເຮັດໃຫ້ພວກເຮົາເລັ່ງສ້າງເງື່ອນໄຂເພື່ອຮອງຮັບເປັນ ຕົ້ນ: ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ, ແມ່ນຈະໃຫ້ຕິດພັນກັບການອະນຸລັກຮັກສາມໍລະດົກທາງດ້ານວັດທະນະທຳ,ທຳ ມະຊາດ, ປະຫວັດສາດ ແລະ ຊີວະນາໆພັນ, ພ້ອມທັງມີການຮ່ວມມືຈາກທຸກໆພາກສ່ວນຂອງຂະແໜງການຂອງລັດ, ເອກກະຊົນ ແລະ ຊຸມຊົນຕ່າງໆ. ແນໃສ່ເພື່ອສ້າງຄວາມຍືນຍົງໃຫ້ແກ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ດ້ວຍຫຼາຍຮູບແບບ ແລະ ຫຼາຍສີສັນ, ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງເມືອງມໍລະດໂລກ ໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ຫຼວງພະ ບາງມີແຫຼ່ງທ່ອງທ່ຽວທັງໝົດ 220 ແຫ່ງ, ໃນນັ້ນ ແຫຼ່ງທ່ອງທ່ຽວດ້ານວັດທະນະທຳ 82 ແຫ່ງ, ທ່ອງທ່ຽວດ້ານທຳມະຊາດ 106 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານປະຫວັດສາດ 32 ແຫ່ງ. ພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ກ່າວວ່າ: ໃນປີຜ່ານມາ ໄດ້ອອກໃບອານຸຍາດຜູ້ລົງທຶນດຳເນີນທຸລະກິດໂຮງແຮມ ແລະ ລີສອດ, ເປີດບໍລິການໃໝ່ 6 ແຫ່ງ, ເຮືອນພັກ 10 ຫຼັງ, ຮ້ານອາຫານ 8 ຮ້ານ. ມີບໍລິສັດທ່ອງທ່ຽວ ແລະ ສາຂາທັງໝົດ 50 ບໍລິສັດ. ທ່ານ ຄຳຜຸຍ ພົມມະວົງ ຫົວໜ້າ ພະນແນກທ່ອງທ່ຽວ ແຂວງຫຼວງພະບາງ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ສິ່ງທີ່ຕ້ອງເນັ້ນ ແລະ ເອົາໃຈໃສ່ແກ້ໄຂ ແມ່ນປະກົດການຫຍໍ້ທໍ້ໃນສັງຄົມຍັງເຫັນວ່າບໍ່ທັນສະຫງົບເທົ່າທີ່ ຄວນ, ເປັນຕົ້ນບັນຫາການດຶງກະເປົາຂອງນັກທ່ອງທ່ຽວ, ການສໍ້ໂກງນັກທ່ອງທ່ຽວດ້ານການບໍລິການຕ່າງໆ. ການລັກລອບບໍລິການນັກທ່ອງທ່ຽວຂອງບັນດາບໍລິດສັດພະຈົນໄພຢູ່ຕາມ ບັນດາແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ໝູ່ບ້ານຊົນເຜົ່າ. ເສັ້ນທາງລາຍການຍ່າງປ່າທ່ຽວຊົມໝູ່ບ້ານຊົນເຜົ່າຖືກຫັນໄປເປັນກໍາມະ ສິດຂອງນັກທຸລະກິດ, ດຳເນີນກິດຈະການທາງດ້ານກະສິກຳ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ຊີວະນາໆພັນ, ປ່າໄມ້ ແລະ ນ້ຳບົກແຫ້ງ, ເປັນການທຳລາຍພາບພົດອັນສວຍງາມທາງດ້ານທຳມະຊາດຊຶ່ງບໍ່ເປັນການ ດຶງດູດໃຈນັກທ່ອງທ່ຽວ.